ເງື່ອນໄຂ ແລະ ຂໍ້ຕົກລົງ

ຂໍ້ກຳນົດ ແລະ ເງື່ອນໄຂເຫຼົ່ານີ້ເເມ່ນນຳໃຊ້ສຳລັບ Gamehub. ເມື່ອນໍາໃຊ້ການບໍລິການນີ້, ລູກຄ້າເເມ່ນໄດ້ຮັບຮູ້ ແລະ ຕົກລົງເຫັນດີກັບຂໍ້ກໍານົດ ແລະ ເງື່ອນໄຂເຫຼົ່ານີ້. Gamehub ເປັນບໍລິການທີ່ຕ້ອງມີການສະຫມັກ.ຄ່າບໍລິການຈະຖືກຮຽກເກັບ ຫຼື ຫັກຈາກບັນຊີພື້ນຖານຂອງລູກຄ້າ. ອາດມີຄ່າບໍລິການ ຫຼື ຄ່າອິນເຕເນັດດາຕ້າລວມຢູ່ນຳ.

  1. ວິທີການປ້ອນຂໍ້ມູນ
    ທ່ານສາມາດເຂົ້າຮ່ວມການເເຂ່ງຂັນ, ຜ່ານທາງ SMS ຈາກເວັບໄຊທ໌ນີ້ ເມື່ອທ່ານລົງທະບຽນກັບ Gamehub ເເລ້ວ, ທ່ານຈະໄດ້ຮັບ SMS ພ້ອມກັບ Link ເພື່ອເຂົ້າເຖິງເນື້ອຫາ. ປະຕິບັດຕາມຄໍາແນະນໍາເພື່ອດາວໂຫລດເນື້ອໃນທີ່ທ່ານຕ້ອງການເລືອກ.
  2. ໜ້າທີ່ຮັບຜິດຊອບ
    2.1. ຄວາມຮັບຜິດຊອບຂອງຜູ້ສະຫມັກ ແລະ ບໍລິສັດທີ່ຈັດການ ເເມ່ນຖືກຈໍາກັດໂດຍຈໍານວນຄ່າທໍານຽມຈາກການສະຫມັກທີ່ໄດ້ຮັບຕົວຈິງ.
    2.2. ຝ່າຍພວກເຮົາຈະບໍ່ຮັບຜິດຊອບຕໍ່ການສູນເສຍ ຫຼື ຄວາມເສຍຫາຍໃດໆທີ່ເກີດຂຶ້ນຕາມທີ່ພວກເຮົາບໍໍ່ໄດ້ຄາດຫວັງໃນຕອນຕົ້ນຂອງສັນຍາ, ເຊັ່ນດຽວກັບການສູນເສຍ ຫຼື ຄວາມເສຍຫາຍຕໍ່ຂໍ້ມູນ, ລະບົບ, ອຸປະກອນຕ່າງໆ.
  3. ເງື່ອນໄຂ ແລະ ຂໍ້ກຳນົດຂອງການຕະຫຼາດທາງອີເມວ ແລະມືຖື:
    ເມື່ອທ່ານໄດ້ສະໜອງເບີໂທລະສັບມືຖື ແລະ/ຫຼື ທີ່ຢູ່ອີເມລຂອງທ່ານໃຫ້ເເກ່ພວກເຮົາ, ໝາຍຄວາມວ່າທ່ານຕົກລົງເຫັນດີໃຫ້ທາງ Gamehub ແລະ ບໍລິສັດທີ່ຈັດການ ສາມາດສົ່ງອີເມວ ຫຼື ຂໍ້ຄວາມ ເປັນບາງຄັ້ງຄາວເພື່ອແຈ້ງໃຫ້ທ່ານຊາບກ່ຽວກັບຂໍ້ສະເໜີ ແລະ ໂປຣໂມຊັນຕ່າງໆຂອງພວກເຮົາ. ເມື່ອທ່ານຕ້ອງການທີ່ຈະຢຸດຮັບອີເມວ ຫຼື ຂໍ້ຄວາມຈາກທາງພວກເຮົາ , ທ່ານຈະຕ້ອງ"LOGOUT" ການເຊື່ອມຕໍ່ໃນອີເມລ.
  4. ການປ່ຽນເເປງ
    Gamehub ຂໍສະຫງວນສິດໃນການປ່ຽນເເປງການຍິນຍອມ ແລະ ຍອມຮັບເງື່ອນໄຂເຫຼົ່ານີ້, ທັງໝົດ ຫຼືບາງສ່ວນ, ໄດ້ທຸກເວລາໂດຍບໍ່ຕ້ອງແຈ້ງລ່ວງໜ້າ. ຜູ້ໃຊ້ອາດຈະບໍ່ສາມາດປ່ຽນເເປງສິດ ຫຼື ພັນທະໃດໆຂທີ່ເກີດຂື້ນຈາກການຍິນຍອມແລະການຍອມຮັບຕາມເງື່ອນໄຂເຫຼົ່ານີ້.
  5. support Email ID ຊ່ອງທາງການຕິດຕໍ່ສໍາລັບ Gamehub
    ອີເມວ: cs.team@linkit360.com
  6. ການປ່ຽນແປງເງື່ອນໄຂເຫຼົ່ານີ້
    ເປົ້າໝາຍຂອງພວກເຮົາແມ່ນເພື່ອໃຫ້ບໍລິການມີມາດຕະຖານ, ນະໂຍບາຍທີ່ສູງຂຶ້ນ ແລະ ຂັ້ນຕອນທີ່ສະດວກສະບາຍ ພວກເຮົາຈຶ່ງໄດ້ມີການທົບທວນ ພ້ອມກັບພັດທະນາຢ່າງຕໍ່ເນື່ອງ. ພວກເຮົາອາດຈະມີການປັບປຸງເງື່ອນໄຂການໃຫ້ບໍລິການ ແລະ ນະໂຍບາຍຄວາມເປັນສ່ວນຕົວໃນບາງຄັ້ງຄາວເພື່ອເພີ່ມປະສິດທິພາບ, ປະສົບການຂອງຜູ້ໃຊ້ ເເລະ ກົດລະບຽບໃຫ້ດີຂຶ້ນໂດຍບໍ່ມີການເເຈ້ງລ່ວງໜ້າ. ດັ່ງນັ້ນ, ພວກເຮົາຂໍແນະນໍາໃຫ້ທ່ານກວດເບິ່ງເວັບໄຊທ໌ນີ້ຢ່າງຕໍ່ເນື່ອງເພື່ອສຶກສາກ່ຽວກັບນະໂຍບາຍໃນປະຈຸບັນຂອງພວກເຮົາ.
  7. ເຄື່ອງຫມາຍການຄ້າ / ໂລໂກ້ / ຮູບພາບ
    ເຄື່ອງຫມາຍການຄ້າ, ເຄື່ອງຫມາຍການບໍລິການ, ໂລໂກ້ (ລວມທັງ, ຊື່ຜະລິດຕະພັນ ຫຼື ຊື່ຄູ່ຮ່ວມທຸລະກິດ) ແມ່ນຊັບສິນຂອງທາງພວກເຮົາ. ແທັກ / ໂລໂກ້ / ຮູບພາບທີ່ນຳໄປໃຊ້ຖ້າບໍ່ໄດ້ຖືກສ້າງຂຶ້ນເພື່ອໃຊ້ໃນການໂຄສະນາບໍລິການນີ້ ຫຼື ທາງຝ່າຍພວກເຮົາບໍ່ໄດ້ກວດສອບ ຫຼື ອະນຸຍາດໃຫ້ນຳໃຊ້ເເມ່ນມີຄວາມຜິດ.